ຫຼັງຈາກການແຂ່ງຂັນໃຫ້ທີມທີ່ຊະນະຖ່າຍຮູບຜົນການແຂ່ງຂັນໄວ້ເພື່ອເປັນຫຼັກຖານ ຕົວຢ່າງຕາມພາບດ້ານລຸ່ມ |
ຫຼັງຈາກນັ້ນດຳເນີນການຕາມຂັ້ນຕອນລຸ່ມນີ້ເພື່ອລາຍງານຜົນການແຂ່ງຂັນ
1. ເຂົ້າໄປໃນລະບົບ Battlefy ແລ້ວກົດໄປທີ່ "BRACKET" ຈາກນັ້ນກົດໄປທີ່ "Codashop Global Series Laos" ຕາມທີ່ລູກສອນບອກ
|
|
2. ຈາກນັ້ນທ່ານຈະເຫັນດັ່ງໃນພາບ ຫາກເປັນການແຂ່ງຮອບທຳອິດໃຫ້ທ່ານກົດໃສ່ "Round 1"
|
|
3. ໃຫ້ທ່ານກົດໃສ່ການຈັບຄູ່ຂອງທີມທ່ານ ແລ້ວລະບົບຈະປາກົດດັ່ງໃນພາບ | |
|
|
4. ຈາກນັ້ນໃຫ້ທ່ານກົດໃສ່ "Report Score" ແລ້ວກົດໃສ່ໂລໂກ້ທີມທີ່ຊະນະເພື່ອເປັນການລາຍງານຄະແນນ | |
|
|
5. ຫຼັງຈາກທີ່ກົດໃສ່ໂລໂກ້ທີມທີ່ຊະນະຄະແນນຈະຖືກບັນທືກແລ້ວໃຫ້ທ່ານກົດ "Done"
|
|
6. ຈາກນັ້ນໃຫ້ທ່ານລົງໄປທີ່ຫ້ອງສົນທະນາ "MATCH CHAT" ແລ້ວສົ່ງຮູບຜົນການແຂ່ງຂັນທີ່ທ່ານບັນທືກໄວ້ໃນຫ້ອງແຊັດເພື່ອໃຫ້ເຈົ້າໜ້າທີ່ Codashop ກວດສອບ
|
|
7. ຫຼັງຈາກການລາຍງານຜົນແລ້ວໃຫ້ທ່ານເຂົ້າໄປຖ້າໃນການແຂ່ງຂັນຮອບຕໍ່ໄປແລ້ວດຳເນີນການລາຍງານຄະແນນຂອງທ່ານໄປເລື້ອຍໆຈົນຮອດຮອບ 4 ທີມສຸດທ້າຍ
|