ຫຼັງຈາກທີ່ Check In ຮຽບຮ້ອຍແລ້ວ, ເມື່ອຮອດເວລາເລີ່ມແຂ່ງຕາມທີ່ເຈົ້າໜ້າທີ່ຂອງ Codashop ປະກາດໄວ້ ກັບຕັນທີມມີໜ້າທີ່ເຮັດດັ່ງຕໍ່ໄປນີ້ເພື່ອຊອກຫາຄູ່ແຂ່ງ ແລະເລີ່ມການແຂ່ງຂັນ:
1. ເຂົ້າໄປໃນລະບົບ Battlefy ແລ້ວກົດໄປທີ່ "BRACKET" ຈາກນັ້ນກົດໄປທີ່ "Codashop Global Series Laos" ຕາມທີ່ລູກສອນບອກ
|
|
2. ຈາກນັ້ນທ່ານຈະເຫັນດັ່ງໃນພາບ ຫາກເປັນການແຂ່ງຮອບທຳອິດໃຫ້ທ່ານກົດໃສ່ "Round 1"
|
|
3. ຫຼັງຈາກກົດເຂົ້າໄປແລ້ວທ່ານຈະເປັນລາຍຊື່ການຈັບຄູ່ ໃຫ້ທ່ານຊອກຫາຊື່ທີມຂອງທ່ານວ່າຖືກແຂ່ງກັບທີມໃດທ່ານມີ 2 ກໍລະນີທີ່ຈະພົບຄື: a. ທີມຂອງທ່ານ ປະທະ "Bye" ນີ້ໝາຍຄວາມວ່າ ທີມຂອງທ່ານໄດ້ເຂົ້າຮອບອັດຕະໂນມັດສຳລັບການແຂ່ງຮອບນີ້ແລ້ວໃຫ້ທ່ານເຂົ້າໄປຖ້າໃນຮອບທີ 2 ດັ່ງໃນພາບ |
|
|
![]() |
ຫຼັງຈາກນັ້ນກໍ່ກົດເຂົ້າເບິ່ງວ່າທີມທ່ານພົບກັບທີມໃດໃນຮອບທີ 2 ແລ້ວປະຕິບັດແບບດຽວກັບຂໍ້ b ດ້ານລຸ່ມ b. ທີມຂອງທ່ານພົບກັບທີມໃດໜຶ່ງໃນຕາງຕະລາງແຂ່ງ ໃຫ້ທ່ານກົດໃສ່ການຈັບຄູ່ຂອງທີມທ່ານ ແລ້ວລະບົບຈະປາກົດດັ່ງໃນພາບ |
|
|
|
4. ເມື່ອເຂົ້າມາຮອດນີ້ແລ້ວທ່ານຈະເຫັນຂໍ້ມູນຂອງຄູ່ແຂ່ງປະກອບມີ ຊື່ທີມ ໂລໂກ້ ແລະ ໄອດີເກມຂອງກັບຕັນທີມ ຫຼັງຈາກນັ້ນໃຫ້ກັບຕັນທີມທີ່ຢູ່ເບື້ອງເທິງຂອງການຈັບຄູ່ເພີ່ມໄອດີເກມຂອງອີກຝ່າຍແລ້ວສ້າງຫ້ອງແຂ່ງເພື່ອເລີ່ມການແຂ່ງຂັນ.
|
|
5. ຫາກທ່ານຫາໄອດີບໍ່ເຫັນ ຫຼື ເພີ່ມໄອດີບໍ່ໄດ້ ຫຼື ໄອດີຜິດທ່ານສາມາດຕິດຕໍ່ທີມກົງກັນຂ້າມໃນຫ້ອງສົນທະນາດ້ານລຸ່ມ
|
|
6. ເມື່ອສົນທະນາ ແລະສ້າງຫ້ອງກຽມແຂ່ງແລ້ວໃຫ້ທ່ານພິມບອກໃຫ້ຫ້ອງແຊັດອີກເທື່ອໜື່ງວ່າ "ພ້ອມແຂ່ງແລ້ວ" ເພື່ອເປັນການຢືນຢັນໃຫ້ເຈົ້າໜ້າທີ່ຮັບຮູ້.
ຈາກນັ້ນດຳເນີນການແຂ່ງຈົນກວ່າຈະໄດ້ທີມທີ່ຊະນະແລ້ວລາຍງານຜົນໃນຂັ້ນຕອນຕໍ່ໄປ ສາມາດເບິ່ງວິທີລາຍງານຜົນໄດ້ >> ທີ່ນີ້ << |