ທ່ານເຄີຍພົບບັນຫານີ້ບໍ ເວລາຊື້ ຫຼື ແລກເພັດສຳເລັດແລ້ວ ແຕ່ບໍ່ໄດ້ຮັບສິນຄ້າ?
ຫຼັງຈາກນັ້ນພົບວ່າ ທ່ານໄດ້ໃສ່ໄອດີເກມ ຫຼື ແອັພບໍ່ຖືກຕ້ອງ. ພວກເຮົາມີວິທີແນະນຳທ່ານດັ່ງນີ້:
- ເລືອກເກມ ຫຼື ແອັພໃຫ້ຖືກຕ້ອງ
ຫາກມີເກມ ຫຼື ແອັພທີ່ຄ້າຍຄືກັນໃນ Codashop ພວກເຮົາແນະນຳທ່ານກວດເບິ່ງໂລໂກ້ໃນ Google Play/App Store. - ກວດເບິ່ງວ່າທ່ານໃສ່ໄອດີ ແລະ ເຊີບເວີຣ໌ເກມ ຫຼື ແອັພຖືກຕ້ອງແລ້ວບໍ່.
ທ່ານສາມາດຄົ້ນຫາໄອດີຂອງທ່ານໂດຍກົດຮູບໝາຍຖາມທີ່ດ້ານຂວາຂອງຊື່ຜູ້ໃຊ້ ຫຼື ກົດ Help Center. - ກ່ອນກົດຢືນຢັນການສັ່ງຊື້ ທ່ານຕ້ອງກວດເບິ່ງຂໍ້ມູນອີກຄັ້ງ (ໄອດີ, ຊື່ຜູ້ໃຊ້, ລາຄາ ແລະຊ່ອງທາງການຈ່າຍເງິນ).
ຫາກຂໍ້ມູນທຸກຢ່າງຖືກຕ້ອງແລ້ວ ທ່ານຈຶ່ງກົດຢືນຢັນເຈົ້າ.
ພວກເຮົາຂໍແຈ້ງທ່ານໃຫ້ຮູ້ວ່າ: Codashop ບໍ່ສາມາດສົ່ງເງິນຄືນ ຫຼື ໂອນສິນຄ້າໄປບັນຊີອື່ນໄດ້ໃນກໍລະນີທີ່ທ່ານໃສ່ໄອດີ, ຊື່ຜູ້ໃຊ້ ຫຼື ເລືອກສິນຄ້າບໍ່ຖືກຕ້ອງ ເຖິງແມ່ນວ່າຊຳລະເງິນສຳເລັດແລ້ວກໍຕາມເຈົ້າ.