ສະບາຍດີ Codashoppers!
ເນື່ອງຈາກວ່າມີລູກຄ້າຈຳນວນໜຶ່ງຕົກເປັນເຫຍື່ອ. ດັ່ງນັ້ນ ທ່ານຄວນມີສະຕິລະວັງຈາກພວກມິດສາຊີບເຈົ້າ. ເພື່ອຄວາມປອດໄພ, ທ່ານບໍ່ຄວນສົ່ງ ຫຼື ໃຫ້ຄົນອື່ນເຫັນລະຫັດບັດຄູປອງຂອງທ່ານເຈົ້າ.
ພວກເຮົາຂໍແຈ້ງທ່ານວ່າ:
- ທາງລະບົບຂອງພວກເຮົາຈະສົ່ງລະຫັດບັດຄູປອງໄປທີ່ອີເມວ ຫຼື ຂໍ້ຄວາມເບີໂທລະສັບທີ່ທ່ານໃສ່ເມື່ອທ່ານທຳການສັ່ງຊື້ເຈົ້າ;
- ລະຫັດບັດຄູປອງແມ່ນໃຊ້ໄດ້ຄັ້ງດຽວເທົ່ານັ້ນ;
- ຫຼັງຈາກທ່ານໄດ້ຮັບລະຫັດບັດຄູປອງແລ້ວ ທ່ານຄວນຮັກສາໃຫ້ດີ.
ກໍລະນີ ທ່ານສົ່ງລະຫັດບັດຄູປອງ ຫຼື ໃຫ້ຄົນອື່ນເຫັນ ແລະ ພວກເຂົາໄດ້ໃຊ້ລະຫັດບັດຄູປອງຂອງທ່ານ, ພວກເຮົາແມ່ນບໍ່ສາມາດຮັບຜິດຊອບ ຫຼື ສົ່ງເງິນຄືນໄດ້. ທ່ານສາມາດກວດເບິ່ງ ຂໍ້ກຳນົດ ແລະ ເງື່ອນໄຂເພີ່ມເຕີມໄດ້ ທີ່ນີ້.
ນອກຈາກຂ້າງເທິງແລ້ວ ທ່ານຄວນມີສະຕິລະວັງຈາກພວກມິດສາຊີບດັ່ງນີ້:
- ທ່ານບໍ່ຄວນບອກຂໍ້ມູນສ່ວນຕົວ, ສົ່ງ ຫຼື ໃຫ້ຄົນອື່ນເຫັນລະຫັດ OTP;
- ທ່ານບໍ່ຄວນກົດເຂົ້າລິ້ງທີ່ບໍ່ຮູ້ທີ່ມາຢ່າງຊັດເຈນໃນສື່ອອນລາຍນ໌ ຫຼື ໃນອີເມວ;
- ກວດເບິ່ງໃຫ້ແນ່ໃຈວ່າທ່ານທຳການສັ່ງຊື້ຈາກເວັບໄຊທ໌ທາງການ Codashop;
- ຖ້າມີຂໍ້ສົງໄສກ່ຽວກັບຄວາມຖືກຕ້ອງຂອງເວັບໄຊທ໌ ຫຼື ການແຈກສິນຄ້າຟຣີ, ກະລຸນາຕິດຕໍ່ພະນັກງານຝ່າຍບໍລິການລູກຄ້າຂອງພວກເຮົາ ທີ່ນີ້ ເພື່ອກວດສອບຄວາມຖືກຕ້ອງເຈົ້າ.
- ແລະທີ່ສຳຄັນ, ລະຫັດບັດຄູປອງຕ່າງໆບໍ່ສາມາດແລກປ່ຽນເປັນເງິນສົດໄດ້ເຈົ້າ.
ທ່່ານຈຳໄວ້ວ່າພະນັກງານ Codashop ແລະ Coda Payments ຈະບໍ່ສອບຖາມລະຫັດ OTP ຂອງທ່ານເຈົ້າ.
ຂໍຂອບໃຈ ແລະ ຂໍໃຫ້ທ່ານປອດໄພເຈົ້າ! 😉