ກໍລະນີທີ່ທ່ານພົບບັນຫາບັດຖືກນຳໃຊ້ແລ້ວ ແຕ່ຍັງບໍ່ທັນໄດ້ຮັບເພັດ ຫຼື ສິນຄ້າໃນເກມ.
![]() |
![]() |
ເບື້ອງຕົ້ນລົບກວນທ່ານກວດເບິ່ງວ່າ ບັດລະຫັດທີ່ທ່ານນຳໄປແລກແມ່ນຖືກຕ້ອງຕາມວັນເວລາທີ່ຊື້ແລ້ວບໍ.
ຖ້າຖືກຕ້ອງແລ້ວ ແມ່ນເກີດຈາກສາເຫດດັ່ງລຸ່ມນີ້:
- ບັດລະຫັດນີ້ຖືກແລກສຳເລັດແລ້ວ
- ທ່ານໃສ່ໄອດີເກມຜິດໃນເວລາແລກລະຫັດບັດຄູປອງ ຫຼື ທ່ານໄດ້ລ໊ອກອິນເຂົ້າເວັບໄຊທ໌ຂອງ Garena ດ້ວຍ Facebook ບໍ່ແມ່ນ ID ເກມ. ເຊິ່ງໃນກໍລະນີນີ້ ພວກເຮົາແນະນຳໃຫ້ລ໊ອກອິນເຂົ້າເວັບໄຊທ໌ຂອງ Garena ດ້ວຍ ID ເກມທຸກໆຄັ້ງໃນເວລາທ່ານແລກລະຫັດບັດຄູປອງ ບໍ່ຄວນລ໊ອກອິນເຂົ້າເວັບໄຊທ໌ຂອງ Garena ດ້ວຍ Facebook ເຈົ້າ.
ໝາຍເຫດ:
ທາງເກມສາມາດກວດເບິ່ງວ່າບັດຖືກເຕີມເຂົ້າບັນຊີເກມ ຫຼື ບັນຊີເຟດບຸກ ແຕ່ທາງເກມບໍ່ສາມາດແຈ້ງໄອດີເກມ ຫຼື ສົ່ງລະຫັດບັດ ຫຼື ເພັດຄືນໃຫ້ທ່ານໄດ້ເຈົ້າ ເພາະບັດຖືກນຳໃຊ້ແລ້ວເຈົ້າ.
ທ່ານສາມາດຕິດຕໍ່ສອບຖາມທາງ Garena ໂດຍຕົງທີ່: https://www.garena.sg/support/
ຂໍອະໄພຫຼາຍໆໃນຄວາມບໍ່ສະດວກທີ່ເກີດຂື້ນເຈົ້າ.