Rockstar Activation Code ແມ່ນສາມາດແລກໄດ້ຜ່ານ Rockstar Games Launcher ເທົ່ານັ້ນ.
ທ່ານຕ້ອງໄດ້ດາວໂຫຼດ ແລະ ເປີດນຳໃຊ້ Rockstar Games Launcher ກ່ອນ, ສາມາດດາວໂຫຼດໄດ້ ທີ່ນີ້
![]() |
ຂັ້ນຕອນການແລກ Rockstar Activation Code:
ໝາຍເຫດ: ຈຳເປັນຕ້ອງມີສັນຍານອິນເຕີເນັດທີ່ໄວພໍ
1. ເປີດ Rockstar Games Launcher ແລະ ເຂົ້າບັນຊີ Rockstar Games Social Club ຂອງທ່ານ
![]() |
2. ກົດຮູບ Avatar ທາງດ້ານຂວາເບື້ອງເທິງ
![]() |
3. ເລືອກ "Redeem Code"
![]() |
4. ໃສ່ Rockstar Activation Code ແລະ ກົດ "Check"
ກະລຸນາອ່ານເບິ່ງຂໍ້ມູນທີ່ຢູ່ດ້ານລຸ່ມບ່ອນແລກລະຫັດໃຫ້ຖີ່ຖ້ວນ ແລະ ກວດເບິ່ງບັນຊີທີ່ທ່ານຕ້ອງການແລກລະຫັດໃສ່ອີກຄັ້ງ ເພື່ອໃຫ້ແນ່ໃຈວ່າທ່ານແລກໃສ່ບັນຊີທີ່ຖືກຕ້ອງ.
![]() |
5. Activation Code ທີ່ທ່ານໃສ່ຈະສະແດງລາຍການໄອເທັມທີ່ບັນຊີຂອງທ່ານຈະໄດ້ຮັບ. ກະລຸນາອ່ານຂໍ້ມູນໃນ Checkbox ໃຫ້ລະອຽດ. ຂໍ້ມູນດັ່ງກ່າວຈະຢືນຢັນບັນຊີ ແລະ ແຈ້ງໄອເທັມທີ່ທ່ານຈະໄດ້ຮັບ.
ຖ້າທຸກຢ່າງຖືກຕ້ອງແລ້ວ ກົດ ✅ ເລີຍ ແລະ ກົດ "Redeem"
![]() |
6. ຫຼັງຈາກແລກ Rockstar Activation Code ສຳເລັດແລ້ວ, ເກມຈະສະແດງຂື້ນມາໃນ My Library ແລະ ທ່ານສາມາດເປີດນຳໃຊ້ເລີຍ.
![]() |
ໝາຍເຫດ:
- ທ່ານຕ້ອງກວດເບິ່ງຂໍ້ມູນບັນຊີຂອງທ່ານໃຫ້ດີໆກ່ອນ ໂດຍສະເພາະຄວາມຖືກຕ້ອງຂອງບັນຊີ ຫຼັງຈາກນັ້ນຈຶ່ງກົດຢືນຢັນການແລກລະຫັດໃສ່ບັນຊີ Rockstar Games Social Club.
- Rockstar Activation Code ທັງໝົດແມ່ນໃຊ້ໄດ້ຄັ້ງດຽວເທົ່ານັ້ນ ແລະ ໄອເທັມຕ່າງໆຈະຖືກສົ່ງເຂົ້າບັນຊີ Rockstar Games Social Club ທັນທີເມື່ອການແລກລະຫັດສຳເລັດ.