ສະບາຍດີ Codashopper!
ພວກເຮົາຂໍແຈ້ງທ່ານວ່າ ຕອນນີ້ມີຜູ້ຊື້ບາງກຸ່ມໄດ້ຕົກເປັນເຫຍື່ອຂອງການເຕີມເພັດໃນເວັບໄຊທ໌ Codashop ປອມ. ເຊິ່ງພວກເຂົາລໍ້ລວງ ຫຼື ສັນຍາວ່າຈະໃຫ້ເພັດຟຣີ ແລະແນະນໍາຜູ້ຊື້ເຂົ້າເວັບໄຊທ໌ Codashop ທີ່ມີລັກສະນະຄ້າຍຄືກັນ. ຈຳນວນເງິນຂອງການສັ່ງຊື້ສິນຄ້າທີ່ດໍາເນີນໃນເວັບໄຊທ໌ປອມຈະຖືກໂອນເຂົ້າບັນຊີຂອງຜູ້ຫລອກລວງແທນ.
ທ່ານສາມາດກວດເບິ່ງປະເພດຂອງການຫລອກລວງຕ່າງໆທີ່ທ່ານຈໍາເປັນຕ້ອງໄດ້ລະມັດລະວັງໃນເວລາດໍາເນີນການສັ່ງຊື້ດັ່ງລຸ່ມນີ້:
1. ບັນຊີທີ່ມີການໂຄສະນາເວັບໄຊທ໌ປອມໃນກຸ່ມເຟສບຸກ
![]() |
2. ເມື່ອພິມ “Free Diamonds” ໃນແຖບຊອກຫາຂອງ Youtube
![]() |
3. ບັນຊີ Twitter ປອມທີ່ແນະນຳຜູ້ໃຊ້ກ່ຽວກັບວິທີການແຮັກເພື່ອຮັບເພັດຟຣີ. ຫຼັງຈາກຜູ້ໃຊ້ກົດລິ້ງເພື່ອດຳເນີນການ ແລະເວັບໄຊທ໌ນັ້ນກໍຈະເຂົ້າໄປທີ່ເວັບໄຊທ໌ປອມຂອງພວກເຂົາແທນ
![]() |
4. Vlogger ຈະເວົ້າຊວນເຊື່ອຜູ້ເບິ່ງວ່າຈະໄດ້ຮັບເພັດຟຣີໃນວິດີໂອເພື່ອຫລອກລວງໃຫ້ກົດເຂົ້າເວັບໄຊທ໌ປອມໃນຄໍາອະທິບາຍຂອງວິດີໂອ
![]() |
5. ແອັບປອມໃນໂທລະສັບ
ແອັບປອມ | ແອັບCodashop ຂອງແທ້ |
![]() |
![]() |
ວິທີການປ້ອງກັນຕົວທ່ານເອງຈາກການສູນເສຍເງິນຈາກເວັບໄຊທ໌ປອມ:
- ບໍ່ຄວນກົດລິ້ງເວັບໄຊທ໌ທີ່ຫນ້າສົງໄສໃນສື່ສັງຄົມອອນລາຍ
- ບໍ່ຄວນດຳເນີນການສັ່ງຊື້ໃດໆໃນເວັບໄຊທ໌ປອມ
- ກະລຸນາກວດເບິ່ງເວັບໄຊທ໌ທີ່ທ່ານເຂົ້າຢ່າງລະມັດລະວັງ ຍ້ອນວ່າຜູ້ແຮັກອາດຈະແຮັກຜ່ານ URL
- ເມື່ອທ່ານມີຄວາມສົງໃສ ກະລຸນາຕິດຕໍ່ຫາຝ່າຍບໍລິການລູກຄ້າຂອງພວກເຮົາ ທີ່ນີ້
ໝາຍເຫດ: