ສະບາຍດີ Codashopper,
ທ່ານພົບບັນຫາໃນການເຊື່ອມຕໍ່ Supercell ID ກັບບັນຊີຂອງທ່ານເພື່ອທຳການສັ່ງຊື້ໃນ Codashop ບໍ?
ບັນຫານີ້ອາດຈະເກີດຈາກບັນຊີ Google Play ຂອງທ່ານຖືກໃຊ້ໂດຍ Supercell ໃນການເຂົ້າສູ່ລະບົບ. ເພື່ອທຳການສັ່ງຊື້ໃນ Codashop, Supercell ID ແມ່ນຈໍາເປັນຕ້ອງເຊື່ອມຕໍ່ກັບບັນຊີຂອງທ່ານ.
ບັນຫາທີ່ພົບເລື້ອຍໆ:
- ຂ້ອຍຕ້ອງການເຊື່ອມຕໍ່ Supercell ID ຂອງຂ້ອຍ, ແຕ່ບໍ່ມີປຸ່ມ "ລົງທະບຽນຕອນນີ້" ໃນການຕັ້ງຄ່າຂອງເກມ.
- ຂ້ອຍບໍ່ແນ່ໃຈວ່າຂ້ອຍໄດ້ເຊື່ອມຕໍ່ Supercell ID ຂອງຂ້ອຍແລ້ວ ຫຼື ຍັງ, ດັ່ງນັ້ນຂ້ອຍຈຶ່ງຂໍລະຫັດຢືນຢັນອີກຄັ້ງ ແຕ່ບໍ່ໄດ້ຮັບລະຫັດຢືນຢັນເລີຍ.
ວິທີການແກ້ໄຂບັນຫາທີ່ໄດ້ກ່າວມາຂ້າງເທິງ
- ໂດຍການຕິດຕໍ່ສອບຖາມຝ່າຍບໍລິການຂອງ Supercell.
ວິທີການຕິດຕໍ່ຝ່າຍບໍລິການຂອງ Supercell
- ເຂົ້າໄປທີ່ Setting, ໄປທີ່ Help and Support, ກົດ Live Chat.
ຂັ້ນຕອນການຕິດຕໍ່ຝ່າຍບໍລິການຂອງ Supercell:
1. ເມື່ອທ່ານໄດ້ເຊື່ອມຕໍ່ກັບທີມງານຝ່າຍບໍລິການຂອງ Supercell ແລ້ວ, ທ່ານຕ້ອງແຈ້ງລາຍລະອຽດບັນຫາທີ່ເກີດຂື້ນ.
|
|
2. ຫຼັງຈາກທີມງານໄດ້ຮູ້ລາຍລະອຽດບັນຫາຂອງທ່ານແລ້ວ, ທີມງານຈະຂໍອີເມວຂອງທ່ານ.
|
|
3. ຫຼັງຈາກທ່ານໄດ້ແຈ້ງອີເມວຂອງທ່ານແລ້ວ, ທີມງານຈະແຈ້ງໃຫ້ທ່ານກວດເບິ່ງອີເມວອີກຄັ້ງ. ກະລຸນາໃສ່ອີເມວຂອງທ່ານໃຫ້ຖືກຕ້ອງ.
|
|
4. ຫຼັງຈາກທ່ານໄດ້ຢືນຢັນອີເມວຂອງທ່ານສຳເລັດແລ້ວ, ທ່ານສາມາດເຂົ້າສູ່ລະບົບໂດຍການປະຕິບັດຕາມຂັ້ນຕອນທີ່ທີມງານໄດ້ແນະນຳ.
|