ທ່ານສາມາດໃຊ້ VISA ແລະ Master Card ເພື່ອຊຳລະເງິນໃນການຊື້ສິນຄ້າຕ່າງໆໃນ Codashop ໄດ້ແລ້ວເຈົ້າ. ຢ້ຳວ່າຕ້ອງເປັນ VISA ແລະ Master Card ເທົ່ານັ້ນ. ສ່ວນບັດປະເພດອື່ນໆແມ່ນຍັງບໍ່ສາມາດໃຊ້ຊຳລະເງິນໄດ້ເຊັ່ນ: ບັດ Union Pay
|
|
|
|
|
ໝາຍເຫດ:
ກໍລະນີທ່ານພົບບັນຫາ Error 704 ແມ່ນໝາຍຄວາມວ່າ ການເຮັດທຸລະກຳຖືກປະຕິເສດໂດຍທາງທະນາຄານ ຫຼື ຜູ້ໃຫ້ບໍລິການບັດເຄຣດິດຂອງທ່ານເຈົ້າ (Declined by your bank/card provider)
ຄຳແນະນຳ:
1. ກວດເບິ່ງວ່າທ່ານໃສ່ເລກບັນຊີ, ເດືອນ, ປີ ໝົດອາຍຸ, ເລກ CVC ຂອງບັດຖືກແລ້ວບໍ
2. ຫາກທ່ານເຊື່ອມຕໍ່ VPN ໃນຂະນະທີ່ເຮັດທຸລະກຳ ການສັ່ງຊື້ຂອງທ່ານຈະບໍ່ສຳເລັດເຈົ້າ.
3. ບັດເຄຣດິດສາມາດຊື້ໄດ້ 4 ຄັ້ງຕໍ່ 1 ຊົ່ວໂມງເທົ່ານັ້ນ. ຫາກທ່ານໄດ້ຊື້ສຳເລັດໄປແລ້ວ 4 ຄັ້ງ ລົບກວນທ່ານລອງຊື້ໃໝ່ຫຼັງຈາກ 1 ຊົ່ວໂມງເຈົ້າ.
4. ບັດເຄຣດິດຕ້ອງເປັນບັດທີ່ນຳໃຊ້ພາຍໃນປະເທດລາວເທົ່ານັ້ນ. ຫາກຢູ່ນອກປະເທດບໍ່ສາມາດຊື້ໃນ Codashop ປະເທດລາວໄດ້ເຈົ້າ.
5. ບັດຂອງທ່ານຈະຖືກບລ໋ອກໂດຍອັດຕະໂນມັດ ຫາກທ່ານໄດ້ກົດສັ່ງຊື້ຫຼາຍຄັ້ງຕໍ່ເນື່ອງ. (ລອງຊື້ອີກຄັ້ງພາຍຫຼັງ 24 ຊົ່ວໂມງ)
*ກໍລະນີເງິນໃນບັນຊີຂອງທ່ານຖືກຫັກ ລົບກວນທ່ານລໍຖ້າປະມານ 24 ຊົ່ວໂມງ (ອາດໄວກວ່າ) ເຈົ້າ.
ຫຼັງຈາກນັ້ນ ເງິນຈະຖືກສົ່ງກັບບັນຊີ ແລະແອັບທະນາຄານຈະແຈ້ງສະຖານະການຊຳລະເງິນຂອງທ່ານວ່າບໍ່ສຳເລັດເຈົ້າ.
ຕ້ອງການຄວາມຊ່ວຍເຫຼືອບໍ? ກົດລິ້ງນີ້ເລີຍ link ເພື່ອກວດເບິ່ງວິທີການແກ້ໄຂບັນຫາຕ່າງໆ.