ກ່ອນອື່ນ ພວກເຮົາເສຍໃຈທີ່ທ່ານພົບບັນຫານີ້ເຈົ້າ. ການທີ່ທ່ານບໍ່ໄດ້ຮັບສິນອາດມາຈາກ 2 ສາເຫດຫຼັກຄື:
ສາເຫດທີ 1:
ທ່ານໄດ້ຊຳລະເງິນສຳເລັດ ແລະໄດ້ຮັບການແຈ້ງເຕືອນໃນອີເມວ ຫຼື ຂໍ້ຄວາມ SMS ຈາກ Codashop ວ່າ: ການສັ່ງຊື້ສຳເລັດແລ້ວ, ແຕ່່ທ່ານຍັງບໍ່ໄດ້ຮັບສິນຄ້າ. ເຊິ່ງສາເຫດອາດເກີດຈາກຂໍ້ຜິດພາດທາງລະບົບເຈົ້າ. ແຕ່ບໍ່ຕ້ອງກັງວົນ, ພວກເຮົາມີການບັນທຶກກ່ຽວກັບການສັ່ງຊື້ຂອງທ່ານ ແລະຈະຊ່ວຍແກ້ໄຂບັນຫາໂດຍການຕິດຕໍ່ໄປທີ່ທາງເກມ ຫຼື ແອັພໂດຍທັນທີເຈົ້າ.
ສາເຫດທີ 2:
ທ່ານໄດ້ຊຳລະເງິນສຳເລັດ ແລະໄດ້ຮັບການແຈ້ງເຕືອນໃນອີເມວ ຫຼື ຂໍ້ຄວາມ SMS ຈາກ Codashop ວ່າ: ການດຳເນີນການສັ່ງຊື້ຂອງທ່ານໝົດອາຍຸ ແລະບໍ່ສຳເລັດ. ໃນກໍລະນີນີ້, ເປັນໄປໄດ້ວ່າເກີດບັນຫາໃນການເຊື່ອມຕໍ່ລະຫວ່າງຊ່ອງທາງການຊຳລະເງິນ ແລະ Codashop. ດັ່ງນັ້ນຈຶ່ງເຮັດໃຫ້ທ່ານຖືກຫັກເງິນ.
ແຕ່ບໍ່ຕ້ອງກັງວົນ, ພວກເຮົາມີການບັນທຶກກ່ຽວກັບການສັ່ງຊື້ຂອງທ່ານ ແລະຈະຊ່ວຍແກ້ໄຂບັນຫາໂດຍການຕິດຕໍ່ໄປທີ່ຊ່ອງທາງການຈ່າຍເງິນ ເພື່ອກວດສອບເຈົ້າ.
ລົບກວນທ່ານຕິດຕໍ່ຫາຝ່າຍບໍລິການລູກຄ້າຂອງພວກເຮົາ ທີ່ນີ້ ແລະແຈ້ງລາຍລະອຽດການສັ່ງຊື້ຂອງທ່ານດັ່ງນີ້:
- ເບີໂທລະສັບ ຫຼື ເລກທ້າຍບັດເຄຣດິດ 4 ຕົວ:
- ອີເມວທີ່ທ່ານໃສ່ຕອນສັ່ງຊື້:
- ວັນທີ ແລະ ເວລາການສັ່ງຊື້:
- ເລກການສັ່ງຊື້: (ທ່ານສາມາດກວດເບິ່ງໃນອີເມວຈາກ Codashop)
- ຈຳນວນເງິນທີ່ຊື້:
- ຮູບໃບບິນຈ່າຍເງິນ:
- ຮູບໄອດີເກມ:
ຫາກທ່ານແຈ້ງລາຍລະອຽດຕາມຂ້າງເທິງແລ້ວ ພວກເຮົາຈະກວດສອບໃຫ້ທ່ານທັນທີເຈົ້າ.
ຂອບໃຈເຈົ້າ!