ກໍລະນີທ່ານພົບບັນຫາ ຫຼື ມີລະຫັດ error ຂື້ນມາໃນເວລາການສັ່ງຊື້. ທ່ານສາມາດກວດເບິ່ງສາເຫດ ແລະວິທີແກ້ໄຂດັ່ງລຸ່ມນີ້:
Error | ສາເຫດ | ວິທີແກ້ໄຂ |
210 | ແມ່ນເກີດຈາກທ່ານກົດຍົກເລີກການສັ່ງຊື້ເຈົ້າ |
ທ່ານພຽງແຕ່ກົດສັ່ງຊື້ອີກຄັ້ງ ແລະດຳເນີນການໃຫ້ສຳເລັດເລີຍເຈົ້າ |
213 | ແມ່ນທ່ານໃສ່ລະຫັດ OTP ຊ້າ ຫຼື ບໍ່ຕົງເວລາທີ່ກຳນົດເຈົ້າ | ຫຼັງຈາກທ່ານໃສ່ເບີໂທລະສັບ ແລະ ກົດສືບຕໍ່ແລ້ວ ທ່ານຈະໄດ້ຮັບລະຫັດຢືນຢັນທີ່ຂໍ້ຄວາມ (SMS) ເບີໂທລະສັບທ່ານ. ທ່ານຕ້ອງໃສ່ລະຫັດຢືນຢັນໃຫ້ຖືກຕ້ອງ ແລະ ຕົງເວລາທີ່ກຳນົດເຈົ້າ |
222 | ແມ່ນທ່ານໃສ່ລະຫັດ OTP ບໍ່ຖືກຕ້ອງຫຼາຍຄັ້ງຕໍ່ເນື່ອງກັນເຈົ້າ |
ທ່ານຕ້ອງໃສ່ລະຫັດຢືນຢັນໃຫ້ຖືກຕ້ອງ ແລະ ຕົງເວລາທີ່ກຳນົດເຈົ້າ |
227 | ແມ່ນລາຄາ ຫຼື ສິນຄ້ານີ້ຍັງບໍ່ສາມາດຊື້ໄດ້ໃນ Codashop ເຈົ້າ | ລົບກວນລອງອີກພາຍຫຼັງ ຫຼື ໂດຍກົດສັ່ງຊື້ລາຄາອື່ນເຈົ້າ |
232 | ແມ່ນທ່ານກົດຊື້ຫຼາຍຄັ້ງຕໍ່ເນື່ອງກັນໂດຍບໍ່ໃສ່ລະຫັດ OTP ຈຶ່ງເຮັດໃຫ້ຍົກເລີກການສັ່ງຊື້ຕົວກ່ອນເຈົ້າ |
ຫຼັງຈາກທ່ານໃສ່ເບີໂທລະສັບ ແລະ ກົດສືບຕໍ່ແລ້ວ ທ່ານຈະໄດ້ຮັບລະຫັດຢືນຢັນທີ່ຂໍ້ຄວາມ (SMS) ເບີໂທລະສັບທ່ານ. ທ່ານຕ້ອງໃສ່ລະຫັດຢືນຢັນໃຫ້ຖືກຕ້ອງ ແລະ ຕົງເວລາທີ່ກຳນົດເຈົ້າ |
240 | ແມ່ນທ່ານໃສ່ລະຫັດນຳໜ້າເບີໂທລະສັບບໍ່ຖືກເຈົ້າ |
ເວລາທ່ານໃສ່ເບີໂທລະສັບ ທ່ານໃສ່ 20 ກ່ອນ ແລ້ວໃສ່ເບີໂທລະສັບຕາມຫຼັງເຊັ່ນ: 2051234567, 2071234567, 2091234567 |
405 | ແມ່ນທ່ານເລືອກເຄືອຂ່າຍເບີໂທລະສັບບໍ່ຖືກເຈົ້າ |
ຕົວຢ່າງ: ເບີໂທລະສັບຂອງທ່ານຫຼັກ 9 ທ່ານຕ້ອງເລືອກ Unitel. ເວລາທ່ານໃສ່ເບີ ທ່ານໃສ່ 20 ກ່ອນ ແລ້ວໃສ່ເບີໂທລະສັບຕາມຫຼັງເຊັ່ນ: 2091234567 |
407 | ແມ່ນເກີດຂໍ້ຜິດພາດທາງເຕັກນິກເຈົ້າ | ລົບກວນທ່ານຕິດຕໍ່ພະນັກງານຝ່າຍບໍລິການລູກຄ້າຂອງພວກເຮົາເຈົ້າ |
414 | ແມ່ນຍອດເງິນໃນເບີໂທລະສັບຂອງທ່ານບໍ່ພຽງພໍເຈົ້າ | ລົບກວນທ່ານກວດເບິ່ງຍອດເງິນໃນເບີໂທລະສັບຂອງທ່ານອີກຄັ້ງເຈົ້າ |
415 | ແມ່ນທ່ານໄດ້ສັ່ງຊື້ສິນຄ້າຫຼາຍກວ່າກຳນົດລາຍວັນ ຫຼື ເດືອນທີ່ທາງເຄືອຂ່າຍເບີໂທລະສັບຕັ້ງໄວ້ເຈົ້າ |
ການສັ່ງຊື້ຂອງທ່ານຍັງບໍ່ທັນສຳເລັດ ແລະ ຍັງບໍ່ທັນຖືກຫັກເງິນເຈົ້າ. ພວກເຮົາແນະນຳໃຫ້ທ່ານລອງຊື້ອີກຄັ້ງພາຍຫຼັງ 24 ຊົ່ວໂມງ ຫຼື 30 ວັນ, ຫຼື ທ່ານສາມາດໃຊ້ເບີໂທລະສັບອື່ນເຕີມໄດ້ເຈົ້າ |
418 | ແມ່ນເບີໂທລະສັບລາຍດືອນ ບໍ່ສາມາດໃຊ້ຊື້ສິນຄ້າໄດ້ເຈົ້າ |
ການສັ່ງຊື້ຂອງທ່ານຍັງບໍ່ທັນສຳເລັດ ແລະ ຍັງບໍ່ທັນຖືກຫັກເງິນເຈົ້າ. ພວກເຮົາແນະນຳໃຫ້ທ່ານໃຊ້ເບີທຳມະດາຊື້ເຈົ້າ |
704 |
ແມ່ນການສັ່ງຊື້ຂອງທ່ານຖືກປະຕິເສດໂດຍທາງທະນາຄານ ຫຼື ຜູ້ໃຫ້ບໍລິການບັດເຄຣດິດຂອງທ່ານເຈົ້າ (Card is declined by your bank/card provider) |
1. ກວດເບິ່ງວ່າທ່ານໃສ່ເລກບັນຊີ, ວັນທີ, ເດືອນ, ປີ, ເລກ CVC ຂອງບັດ ຫຼື ລະຫັດ OTP ຖືກຕ້ອງແລ້ວບໍ 2. ຫາກທ່ານເຊື່ອມຕໍ່ VPN ໃນຂະນະທີ່ເຮັດທຸລະກຳ ການສັ່ງຊື້ຂອງທ່ານຈະບໍ່ສຳເລັດເຈົ້າ 3. ບັດເຄຣດິດສາມາດຊື້ໄດ້ 4 ຄັ້ງຕໍ່ 1 ຊົ່ວໂມງເທົ່ານັ້ນ. ຫາກທ່ານໄດ້ຊື້ສຳເລັດໄປແລ້ວ 4 ຄັ້ງ ລົບກວນທ່ານລອງຊື້ໃໝ່ຫຼັງຈາກ 1 ຊົ່ວໂມງເຈົ້າ. 4. ບັດເຄຣດິດຕ້ອງເປັນບັດທີ່ນຳໃຊ້ພາຍໃນປະເທດລາວເທົ່ານັ້ນ. ຫາກຢູ່ນອກປະເທດບໍ່ສາມາດຊື້ໃນ Codashop ປະເທດລາວໄດ້ເຈົ້າ. |
ຄຳແນະນຳສຳລັບທ່ານທີ່ພົບບັນຫາ (error) ຕາມຂ້າງເທິງໃນຂະນະທີ່ທຳການສັ່ງຊື້ ເພື່ອໃຫ້ແນ່ໃຈວ່າຍອດເງິນໃນເບີໂທລະສັບ ຫຼື ບັນຊີທະນາຄານຂອງທ່ານຖືກຫັກ ຫຼື ບໍ່. ພວກເຮົາແນະນຳທ່ານປະຕິບັດຕາມ 2 ວິທີຄື:
- ກົດ *122* ແລ້ວໂທອອກ (ສຳລັບການຊຳລະເງິນດ້ວຍເບີໂທລະສັບ)
- ກວດເບິ່ງການເຄື່ອນໄຫວທຸລະກຳໃນແອັພຂອງທະນາຄານ (ສຳລັບການຊຳລະເງິນບັດເຄຣດິດ)
ລົບກວນຕິດຕໍ່ຫາພວກເຮົາ ທີ່ນີ້ ຫາກທ່ານຕ້ອງການຄວາມຊ່ວຍເຫຼືອ ຫຼື ສອບຖາມເພີ່ມເຕີມເຈົ້າ.
ພວກເຮົາຍິນດີທີ່ຈະຊ່ວຍເຫຼືອທ່ານເຈົ້າ.
ຂອບໃຈຫຼາຍໆເຈົ້າ 🙏